ກັບອຸບປະກອນເປັນພາສາອື່ນໆ
|
ໂທລະຄົມມະນາຄົມ
ຕາຕະລາງຄວາມຖີ່ວິທະຍຸ:
ຍັງພັດທະນາ 300 - 3000 GHz ຄວາມຖີ່ຂອງຄື້ນວິທະຍຸ: ໝາຍເຖິງ ຮອບວຽນ ການປ່ຽນແປງຂອງການສັ່ນໄກ່ວຂອງຄື້ນໃນ 1 ວິນາທີ ຊື່ງມີຫົວໜ່ວຍເປັນ Hertz ຫຼືຂຽນຫຍໍ້ແມ່ນ Hz ຕົວຢ່າງ: ຖ້າຄື້ນທີ່ເກີດຂື້ນ 2 ຮອບຕໍ່ 1 ວິນາທີ ຈະມີຄ່າເທົ່າກັບ 2 Hz, ຖ້າເກີດຂື້ນ 10.000 ຮອບຕໍ່ 1 ວິນາທີ່ ຈະມີຄ່າເທົ່າກັບ 1 KHz ດັ່ງນີ້ເປັນຕົ້ນ. ຫົວໜ່ວຍການນັບຄວາມຖີ່ຂອງຄື້ນວິທະຍຸ:
ຄວາມໄວໃນການເດີນທາງຂອງຄື້ນວິທະຍຸ: ຄື້ນວິທະຍຸແມ່ນຄື້ນແມ່ເຫຼັກໄຟຟ້າ ເປັນພຽງຊ່ວງນຶ່ງໃນສະເປັກຕຼັມ (Spectrum)ເທົ່ານັ້ນ ສາມາດເດີນທາງດ້ວຍຄວາມໄວເທົ່າກັບແສງ ຫຼື ປະມານ 3 ຄູນກັບ 10 ກຳລັງ 8 ແມັດຕໍ່ວິນາທີ ໃນຄວາມເປັນຈິງຄື້ນວິທະຍຸທີ່ເຮົາໃຊ້ກັນໃນປະຈຸບັນນີ້ບໍ່ໄດ້ເກີດຂື້ນຕາມທຳມະຊາດ ໂດຍອາໃສຂະບວນການໜຽວນຳທີ່ໄດ້ກ່າວໄວ້ແລ້ວໃນ ຫົວຂໍ້ ສົນທະນາ, ຊື່ງມີຂັ້ນຕອນຄືການປ່ອຍກະແສໄຟຟ້າເປັນຄວາມຖີ່ຜ່ານ ຂົດລວດຕົວນຳເປັນຈັ່ງຫວະຊ້ຳໆກັນ ຈາກນັ້ນສະໜາມໄຟຟ້າກໍ່ຈະແຜ່ອອກຈາກຂົດລວດນັ້ນ ໂດຍຈະມີຄວາມເຂັ້ມສູງຂື້ນແລ້ວຄ່ອຍໆລຸດລົງໃນທິດທາງກົງກັນຂ້າມສະລັບກັນໄປຕາມກະແສໄຟຟ້າທີ່ໄຫຼເຂົ້າໄປ ໃນຂົດ ລວດນັ້ນ ໂດຍມີລັກສະນະຄ່າຍຄືກັນກັບຮູບຂອງກະເບືອງມຸງຫຼັງຄາ ທີ່ເບິ່ງທາງຕັດ. |