ກັບອຸບປະກອນເປັນພາສາອື່ນໆ
|
ເສດຖະສາດຄຳວ່າ ເສດຖະສາດ (Economics ມາຈາກ ພາສາເກຣັກ [oikos] ແປວ່າ 'ເຮືອນ', ແລະ [nomos]ແປວ່າ 'ປົກຄອງ', ສະນັ້ນ ສາມາດແປໄດ້ລວມວ່າ ແມ່ນ "ການປົກຄອງເຮືອນ") ແມ່ນ ສັງຄົມສາດ ຂະແໜງໜຶ່ງ ທີ່ສຶກສາ ກ່ຽວກັບ ການຜະລິດ (Production), ການແຈກຢາຍ (Distribution), ການຄ້າ (Trade) ແລະ ການຊົມໃຊ້ (Consumption) ສິນຄ້າ (Goods) ແລະ ການບໍລິການ (Services). [ດັດແກ້] ນິຍາມຂອງຄຳວ່າ ເສດຖະສາດເວົ້າລວມ, ເສດຖະສາດ (Economics) ແມ່ນ ວິທະຍາສາດສັງຄົມຂະແໜງໜຶ່ງ ທີ່ ສຶກສາ ກ່ຽວກັບ ການເຄື່ອນໄຫວ ຂອງ ຄົນ ໃນການຕອບສະໜອງ ຄວາມຕ້ອງການ. ເຖິງຢ່າງໃດກໍ່ຕາມ, ນອກຈາກ ນິຍາມຄືດັ່ງກ່າວ, ມັນຍັງມີຫຼາຍໆຄຳນິຍາມ ທັງໃນອາດີດ ແລະ ປະຈຸບັນ ຕໍ່ ກັບ ຄຳວ່າ ເສດຖະກິດການເມືອງ (Political Economy) ໃນເມື່ອກ່ອນ ແລະ ຄຳວ່າ ເສດຖະສາດ ໃນປະຈຸບັນ. ທ່ານ ຈອນ ເມນາດ ເຄນ (John Maynard Keynes)ເຄີຍກ່າວ ໃນເມື່ອກ່ອນວ່າ "ເສດຖະສາດ ແມ່ນ ວິທະຍາສາດ ຂອງ ການຄິດ". ເວົ້າລວມ, ການສຶກສາໃນຂະແໜງນີ້ ໄດ້ເລີ່ມຈາກ ການສຶກສາ "ຄວາມຮັ່ງມີ" (Wealth) ໄປຫາ ການສຶກສາ "ສະຫວັດດີການ"(Welfare) ແລະ "ການແລກປ່ຽນ"(Trade offs) ໃນປະຈຸບັນ. [ດັດແກ້] ຂະແໜງການສຶກສາພື້ນຖານ ໃນ ເສດຖະສາດໂດຍທົ່ວໄປ ເສດຖະສາດ ແມ່ນ ຖືກແບ່ງ ອອກເປັນ ສອງ ສາຂາຫຼັກ ຄື :
ນອກຈາກນີ້ ຍັງທີຂະແໜງອື່ນໆອີກເຊັ່ນ :
[ດັດແກ້] ຂະແໜງການສຶກສາໃໝ່ ໃນ ເສດຖະສາດ
|
|||||||||